lo_2ti_text_ulb_l3/02/08.txt

1 line
1.2 KiB
Plaintext

\v 8 ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ, ຜູ້ສືບເຊື້ອສາຍຂອງດາວິດ. ຜູ້ທີ່ຖືກເຮັດໃຫ້ເປັນຄືນມາຈາກຄວາມຕາຍແລ້ວ. ສິ່ງນີ້ເປັນໄປຕາມສາລະແຫ່ງຂ່າວປະເສີດ ຂອງຂ້າພະເຈົ້າ. \v 9 ທີ່ຂ້າພະເຈົ້າໄດ້ຍອມທົນທຸກທໍລະມານ ຈົນຖືກລ່າມໂສ້ ເຫມືອນກັບເປັນຄົນຮ້າຍແຕ່ພຣະທຳ ຂອງພຣະເຈົ້າຈະບໍ່ຖືກຜູກມັດໄວ້. \v 10 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງອົດທົນຕໍ່ທຸກສິ່ງ ເພື່ອຄົນເຫລົ່ານັ້ນທີ່ໄດ້ຮັບການເລືອກໄວ້ ເພື່ອເຂົາທັງຫລາຍຈະບັນລຸເຖິງຄວາມລອດໃນພຣະເຢຊູຄຣິດເຈົ້າ ພ້ອມກັບພຣະສະຫງ່າຣາສີອັນເປັນນິຣັນດອນ.