lo_2ti_text_ulb_l3/01/12.txt

1 line
1.3 KiB
Plaintext

\v 12 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງຕ້ອງທົນທຸກ ຕໍ່ສິ່ງຕ່າງໆເຫຼົ່ານີ້ດ້ວຍ. ແຕ່ຂ້າພະເຈົ້າກໍບໍ່ລະອາຍ ເພາະຂ້າພະເຈົ້າຮູ້ຈັກພຣະອົງຜູ້ທີ່ຂ້າພະເຈົ້າເຊື່ອ ຂ້າພະເຈົ້າເຊື່ອຫມັ້ນວ່າພຣະອົງສາມາດຮັກສາສິ່ງທີ່ຂ້າພະເຈົ້າໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນໄດ້. \v 13 ຈົ່ງເຮັດຕາມແບບຢ່າງຂອງຄຳສອນ ທີ່ທ່ຽງຕົງຕາມທີ່ທ່ານໄດ້ຍິນຈາກ ຂ້າພະເຈົ້າດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະເຢຊູຄຣິດເຈົ້າ. \v 14 ສິ່ງດີທີ່ພຣະເຈົ້າ ມອບໝາຍໄວ້ແກ່ທ່ານຈົ່ງປົກປ້ອງຮັກສາໄວ້ ໂດຍຜ່ານທາງ ພຣະວິນຍານບໍຣິສຸດເຈົ້າທີ່ສະຖິດຢູ່ໃນພວກເຮົາ.