lo_2ti_text_ulb_l3/01/03.txt

1 line
1.4 KiB
Plaintext

\v 3 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ, ຜູ້ທີ່ຂ້າພະເຈົ້າຮັບໃຊ້ມານັບຕັ້ງແຕ່ ບັນພະບູລຸດຂອງຂ້າພະເຈົ້າ, ດ້ວຍມະໂນທໍາທີ່ບໍລິສຸດ, ເພາະຂ້າພະເຈົ້າລະນຶກເຖິງທ່ານຢ່າງສະຫມຳ່ສະເຫມີໃນຄຳອະທິຖານຂອງຂ້າພະເຈົ້າ ຕະຫລອດ ທັງເວັນ ແລະ ຄືນ. \v 4 ເມື່ອຂ້າພະເຈົ້າລະນຶກເຖິງນໍ້າຕາຂອງທ່ານ, ຂ້າພະເຈົ້າປາຖະຫນາ ທີ່ຈະໄດ້ພົບທ່ານ, ເພື່ອຂ້າພະເຈົ້າຈະໄດ້ເຕັມລົ້ນດ້ວຍຄວາມຍິນດີ. \v 5 ຂ້າພະເຈົ້າໄດ້ນຶກເຖິງຄວາມເຊື່ອທີ່ແທ້ຈິງຂອງທ່ານຊຶ່ງມີຕັ້ງແຕ່ແມ່ເຖົ້າຂອງທ່ານ ນາງໂລອີ ແລະ ນາງຢູນິເກ ແມ່ ຂອງທ່ານ, ແລະ ຂ້າພະເຈົ້າໄດ້ເຫັນວ່າຄວາມເຊື່ອມີຢູ່ໃນທ່ານດ້ວຍ.