lo_2ti_text_ulb_l3/02/19.txt

1 line
1.6 KiB
Plaintext

\v 19 ຢ່າງໃດກໍຕາມ, ຮາກຖານທີ່ຫມັ້ນຄົງຂອງພຣະເຈົ້າ ກໍຕັ້ງໝັ້ນຄົງຢູ່. ມີຄຳຂຽນ ໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ ຮູ້ຈັກຄົນເຫລົ່ານັ້ນທີ່ເປັນຄົນຂອງພຣະອົງ” ແລະ “ທຸກຄົນທີ່ເອີ່ຍພຣະນາມ ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງແຍກຕົວອອກຈາກຄວາມຊົ່ວຊ້າ.” \v 20 ໃນບ້ານຂອງຄົນຮັ່ງມີບໍ່ໄດ້ມີແຕ່ພາຊະນະທີ່ເຮັດດ້ວຍເງິນ ແລະ ຄຳ ເທົ່ານັ້ນແຕ່ຍັງມີ ພາຊະນະທີ່ເຮັດຈາກໄມ້ ແລະ ດິນຫນຽວ ພາຊະນະ ບາງຢ່າງກໍໃຊ້ ສຳລັບງານທີ່ມີກຽດ ແລະ ບາງຢ່າງໃຊ້ສຳລັບງານທີ່ບໍ່ມີກຽດ. \v 21 ຖ້າຜູ້ໃດຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດເຂົາກໍເປັນພາຊະນະທີ່ມີກຽດ ເຂົາຈະຖືກແຍກອອກຈາກພາຊະນະອື່ນເພື່ອເປັນພາຊະນະທີ່ໃຊ້ປະໂຫຍດ ໄດ້ສຳລັບອົງເຈົ້ານາຍ, ແລະ ພ້ອມສຳລັບການດີທຸກຢ່າງ.