lo_2ti_text_ulb_l3/01/08.txt

1 line
2.1 KiB
Plaintext

\v 8 ດັ່ງນັ້ນຢ່າລະອາຍຕໍ່ຄຳພະຍານ ກ່ຽວກັບອົງພຣະຜູ້ເປັນເຈົ້າ ຂອງເຮົາ ຫລື ກຽ່ວກັບຂ້າພະເຈົ້າຄືໂປໂລຜູ້ຖືກຈອງຈຳຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດຕາມຣິດອຳນາດ ຂອງພຣະເຈົ້າ. \v 9 ຄືພຣະເຈົ້າຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນ ແລະ ຊົງເອີ້ນເຮົາດ້ວຍການຊົງເອີ້ນອັນບໍຣິສຸດ ທີ່ພຣະອົງເຮັດແບບນີ້ ບໍ່ແມ່ນເພາະເປັນໄປຕາມການງານຂອງເຮົາ ແຕ່ເປັນໄປຕາມພຣະປະສົງ ແລະ ພຣະຄຸນຂອງພຣະອົງເອງ ພຣະອົງຊົງປະທານ ສິ່ງເຫລົ່ານີ້ໃຫ້ແກ່ເຮົາ ໃນພຣະເຢຊູຄຣິດເຈົ້າຕັ້ງແຕ່ກ່ອນການເວລາຈະເກີດຂຶ້ນ. \v 10 ແຕ່ດຽວນີ້ ຄວາມລອດຂອງພຣະເຈົ້າໄດ້ຖືກ ເປີດເຜີຍໂດຍການສະເດັດມາປາກົດ ຂອງຜູ້ຊວ່ຍໃຫ້ລອດຄືພຣະເຢຊູຄຣິດເຈົ້າຂອງເຮົາພຣະຄຣິດເຈົ້າເປັນຜູ້ກຳຈັດ ຣິດແຫ່ງຄວາມຕາຍ ແລະ ນຳເອົາຊີວິດທີ່ບໍ່ເຄີຍມີຈຸດສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ. \v 11 ເພາະເຫດນີ້ຂ້າພະເຈົ້າ ໄດ້ຮັບການແຕ່ງຕັ້ງໃຫ້ເປັນທັງຜູ້ເທດສະໜາອັກຄະສາວົກ ແລະ ເປັນຜູ້ສອນ.