lo_2sa_text_ulb_l3/02/01.txt

1 line
1.8 KiB
Plaintext

\c 2 \v 1 ຫລັງ​ຈາກ​ເຫດ​ການ​ນີ້ ດາ​ວິດ​ໄດ້​ຖາມ​ພຣະ​ເຈົ້າ​ຢາ​ເວ ​ແລະ​ໄດ້ທູນ​ຖາມ​ວ່າ “ຂ້າ​ພ​ຣະ​ອົງ​ຄວນ​ຂຶ້ນ​ໄປ​ຍັງ​ເມືອງ​ຫນຶ່ງ​ໃນ​ຈຳ​ນວນ​ເມືອງ​ຫນຶ່ງ​ຕ່າງໆ ຂອງ​ຢູ​ດາ​ຫລືບໍ່?“ ພ​ຣະ​ເຈົ້າ​ຢາ​ເວ​ໄດ້​ຕອ​ບ​ເຂົາ​ວ່າ “ຈົ່ງ​ຂຶ້ນ​ໄປ​ເຖີດ“ \v 2 ດາ​ວິດ​ໄດ້​ທູນ​ວ່າ “ຂ້າ​ພະ​ອົງ​ຄວນ​ຂຶ້ນ​ໄປ​ຢູ່​ໃສ?“ ພ​ຣະ​ເຈົ້າ​ຢາ​ເວ​ຕັດ​ວ່າ “ທີ່​ເມືອງ​ເຮັບ​ໂຣນ​ດາ​ວິດ​ຈຶ່ງ​ໄດ້​ຂຶ້ນ​ໄປ​ທີ່ນັ້ນ​ພ້ອມ​ກັບ​ເມຍ​ທັງ​ສອງ​ຂອງ​ເຂົາ​ດ້ວຍ​ຄື​ອາ​ຮີ​ໂນ​ອາມ​ຊາວ​ຢິດ​ສະ​ເຣນ​ເລະ​ອາ​ບີ​ກາຍ​ເມຍ​ຫມ້າຍ​ຂອງ​ນາ​ບານ​ຊາວ​ກາ​ເມນ \v 3 ດາ​ວິດ​ກໍ​ໄດ້​ນຳ​ຄົນ​ທີ່​ຢູ່​ນຳ​ເຂົາ​ຂຶ້ນ​ໄປ​ທຸກ​ຄົນ ຊຶ່ງ​ເຕ່​ລະ​ຄົນ​ກໍ​ໄດ້​ພາ​ຄອບ​ຄົວ​ໄປ​ດ້ວຍ ໄປ​ຍັງ​ເມືອງ​ຕ່າງໆ ຂອງ​ເຮັບ​ໂຣນ​ສະ​ຖານ​ທີ່​ຊຶ່ງ​ພວກ​ເຂົາ​ໄດ້​ເລີ່ມ​ອາ​ໄສ​ຢູ່