lo_2sa_text_ulb_l3/23/15.txt

1 line
2.1 KiB
Plaintext

\v 15 ​ດາ​ວິ່ດ​ໄດ້​ຊົງ​ກະ​ຫາຍ​ນ້ຳ​ແລະ​ກ່າວ​ວ່າ “ຖ້າ​ພຽງ​ບາງ​ຄົນ​ຈະ​ໃຫ້​ນ້ຳ​ແກ່​ເຮົາ​ດື່ມ​ຈາກ​ນ້ຳ​ສ້າງ​ທີ່​ເບັດ​ເລ​ເຮັມ ນ້ຳ​ສ້າງ​ທີ່​ຢູ່​ຂ້າງ​ປະ​ຕູ​ເມືອງ” \v 16 ດັ່ງ​ນັ້ນ​ຈອມ​ທະ​ຫານ​ສາມ​ຄົນ​ທີ່​ໄດ້​ກ່າວ​ເຖິງ​ນັ້ນ​ກໍ​ໄດ້​ແຫກ​ຄ້າຍ​ຂອງກອງ​ທັບ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ​ເຂົ້າ​ໄປ ແລະ​ໄດ້​ຕັກ​ນ້ຳ​ຈາກ​ນ້ຳ​ສ້າງ​ເບັດ​ເລ​ເຮັມ ນ້ຳ​ສ້າງ​ທີ່​ຢູ່​ຫນ້າ​ປະ​ຕູ​ເມືອງ​ພວກ​ເຂົາ​ໄດ້​ນຳ​ນ້ຳ​ມາ​ແລະ​ໄດ້​ມາ​ຖະ​ວາຍ​ແກ່​ດາ​ວິດ ແຕ່​ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ທີ່​ຈະ​ຊົງ​ດື່ມ​ນ້ຳ​ນັ້ນ ແຕ່​ພ​ຣະ​ອົງ​ໄດ້​ຊົງ​ເທ​ນ້ຳ​ນັ້ນ​ຖະ​ວາຍ​ແດ່​ພ​ຣະ​ຢາ​ເວ \v 17 ແລ້ວ​ພ​ຣະ​ອົງ​ໄດ້​ກ່າວ​ວ່າ “ຂ້າ​ແຕ່​ພ​ຣະ​ຢາ​ເວ ຂ້າ​ພ​ຣະ​ອົງ​ຄວນ​ຈະ​ດື່ມ​ໂລ​ຫິດ​ຂອງ​ບັນ​ດາ​ຜູ້​ໄດ້​ໄປ​ສ່ຽງ​ຊີ​ວິດ​ຂອງ​ພວກ​ເຂົາ​ຫລື?” ຶ​ດັ່ງ​ນັ້ນ​ພ​ຣະ​ອົງ​ຈຶ່ງ​ບໍໍ່​ຊົງ​ຍອມ​ດື່ມ ນັກ​ຮົບ​ທັງ​ສາມ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້