1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 13 ຜູ້ສື່ສານຄົນຫນຶ່ງໄດ້ມາເຝົ້າດາວິດ ທູນວ່າ “ໃຈຂອງຄົນອິດສະຣາເອນຄ້ອຍຕາມອັບຊາໂລມໄປແລ້ວ” \v 14 ດັ່ງນັ້ນດາວິດໄດ້ຊົງຮັບສັ່ງແກ່ບັນຜູ້ຮັບໃຊ້ທີ່ຢູ່ກັບພຣະອົງທີ່ກຸງເຢຣູຊາເລັມວ່າ “ຈົ່ງລຸກຂຶ້ນ ແລະໃຫ້ເຮົາຫນີໄປເຖີດ ມີເຊັ່ນນັ້ນຈະບໍ່ມີໃຜໃນພວກເຮົາໄດ້ຫນີຈາກອັບຊາໂລມຈົ່ງຕຽມຫນີໄປທັນທີ ບໍ່ເຊັ່ນນັ້ນ ເຂົາຈະຕາມພວກເຮົາທັນແລະນຳເຫດຮ້າຍມາເຖິງພວກເຮົາ ແລະເຂົາຈະທຳລາຍເມືອງນີ້ດ້ວຍຄົມດາບ” \v 15 ເຫລົ່າຜູ້ຮັບໃຊ້ກະສັດຈຶ່ງໄດ້ທູນກະສັດວ່າ “ເບິງເຖີດ ບັນດາຜູ້ຮັບໃຊ້ຂອງພຣະອົງພ້ອມຈະເຮັດຕາມຊຶ່ງກະສັດເຈົ້ານາຍຂອງພວກຂ້າພຣະອົງຕັດສິນໃຈທຸກປະການ” |