lo_2sa_text_ulb_l3/07/12.txt

1 line
1.5 KiB
Plaintext

\v 12 ເມື່ອ​ວັນ​ຂອງ​ເຈົ້າ​ຄົບ​ສົມ​ບູນ​ແລ້ວ ແລະ​ເຈົ້າ​ໄດ້​ຕາຍ​ໄປ​ຢູ່​ນຳ​ບັນ​ພະ​ບູ​ລຸດ​ຂອງ​ເຈົ້າ, ເຮົາ​ຈະ​ຍົກ​ຄອບ​ຄົວ​ຂອ​ງ​ເຈົ້າ​ຄົນ​ຫນຶ່ງ​ສືບ​ຕໍ່​ຈາກ​ເຈົ້າ, ຜູ້​ຊຶ່ງ​ເກີດ​ມາ​ຈາກ​ຕົວ​ເຈົ້າ​ເອງ, ແລະ​ເຮົາ​ຈະ​ໃຫ້​ອາ​ນາ​ຈັກ​ຂອ​ງ​ເຂົາ. \v 13 ເຂົາ​ຈະ​ເປັນ​ຜູ້​ສ້າງວິ​ຫານ​ເພື່ອ​ນາມ​ຂອງ​ເຮົາ, ແລະ​ເຮົາ​ຈະ​ໃຫ​້​ບັງ​ລັງ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຂົາ​ໃຫ້​ຢູ່​ປົກ​ຄອງ​ຕະ​ຫລອດ​ໄປ. \v 14 ເຮົາ​ຈະ​ເປັນ​ພໍ່​ເຂົາ, ແລະ​ເຂົາ​ຈະ​ເປັນ​ລູກ​ຊາຍ​ຂອງ​ເຮົາ. ຖ້າ​ເຂົາ​ເຮັດ​ບາບ, ເຮົາຈະ​ຕີ​ສອ​ນ​ເຂົາ​ດ້ວຍ​ໄມ້​ລຽວ​ຂອງ​ມະ​ນຸດ​ ແລະ ດ້ວຍ​ການ​ຂ້ຽນ​ຢ່າງ​ລູກ​ຂອງ​ມະ​ນຸດ​ທັງ​ຫລາຍ.