1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 19 ແລ້ວດາວິດໄດ້ກ່າວຂໍການຊົງຊ່ວຍເຫລືອຈາກພຣະຢາເວ. ເພິ່ນໄດ້ກ່າວວ່າ, "ຄວນທີ່ຂ້ານ້ອຍຈະຍົກຂຶ້ນໄປສູ້ຮົບກັບຄົນຟີລິດສະຕິນຫລືບໍ່?" ພຣະອົງຈະຊົງມອບໄຊຊະນະເຫນືອພວກເຂົາຫລືບໍ່?" ພຣະຢາເວໄດ້ກ່າວກັບດາວິດວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າສູ້ຮົບຊະນະ." \v 20 ດັ່ງນັ້ນດາວິດຈຶ່ງໄດ້ຊົງໂຈມຕີທີ່ບາອານເປຣາຊິມ, ແລະ ທີ່ນັ້ນເອງເພິ່ນໄດ້ຊົງຊະນະພວກເຂົາ. ເພິ່ນໄດ້ກ່າວວ່າ, ” ພຣະຢາເວຊົງໄດ້ຕີເຫລົ່າຂ້າສຶກຂອງຂ້ານ້ອຍຕໍ່ຫນ້າຂ້ານ້ອຍດັ່ງກະແສນ້ຳໄຫລຖ້ວມທີ່ພຸ້ງໃສ່." ດັ່ງນັ້ນ ຊື່ຂອງສະຖານທີ່ນັ້ນຈຶ່ງໄດ້ປ່ຽນເປັນ ບາອານເປຣາຊິມ. \v 21 ຄົນຟີລິດສະຕິນໄດ້ຖິ້ມຮູບເຄົາລົບທີ່ນັ້ນ, ແລະ ດາວິດແລະຄົນຂອງເພິ່ນກໍຂົນເອົາໄປ. |