1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 6 ເມື່ອປະຊາຊົນອຳໂມນໄດ້ເຫັນວ່າ ພວກເຂົາໄດ້ສ້າງສັດຕູກັບດາວິດ ປະຊາຊົນອຳໂມນຈຶ່ງໄດ້ສົ່ງຜູ້ສື່ສານໄປຈ້າງຄົນຊີເຣຍເມືອງເບັດເຣໂຮບ ແລະໂຊບາ ເປັນທະຫານຈຳນວນສອງຫມື່ນຄົນ ແລະກະສັດເມືອງມາອາກາພ້ອມດ້ວຍກຳລັງຄົນຫນຶ່ງພັນຄົນ ແລະກຳລັງຄົນເມືອງໂຕບຫນຶ່ງຫມື່ນສອງພັນຄົນ \v 7 ເມື່ອດາວິດໄດ້ຊົງຮູ້ເລື່ອງນີ້ພຣະອົງຈຶ່ງສົ່ງໂຢອາບແລະກອງທັບເຫລົ່ານັກລົບທັງຫມົດໄປ \v 8 ພວກຄົນອຳໂມນກໍໄດ້ຍົກທັບອອກມາແລະໄດ້ຈັດແນວຮົບໄວ້ທີ່ທາງເຂົ້າປະຕູເມືອງຂອງພວກເຂົາ ຂະນະທີ່ຄົນຊີເຣຍຈາກໂຊບາແລະຈາກເມືອງເຣໂຮບ ແລະຊາວເມືອງໂຕບແລະຊາວເມືອງມາອາກາ ຢູ່ທີ່ພື້ນທີ່ໂລ່ງສະເພາພວກເຂົາ |