lo_2sa_text_ulb_l3/18/28.txt

1 line
2.0 KiB
Plaintext

\v 28 ແລ້ວ​ອາ​ຮີ​ມາ​ອາດ​ໄດ້​ຮ້ອງ ​ແລະ​ໄດ້​ທູນ​ກະ​ສັດ​ວ່າ, "ຂໍ​ຄວາມ​ໂຊກ​ດີ​ມີ​ແດ່​ທຸກ​ຄົນ." ເຂົາ​ກໍ​ໄດ້​ກົ້ມ​ລົງ​ກາບ​ຕໍ່​ຫນ້າ​ກະ​ສັດ ກົ້ມ​ຫນ້າ​ລົງ​ພື້​ນ ​ແລະ​ໄດ້​ທູນ​ວ່າ, "ສັນ​ລະ​ເສີນ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ພ​ຣະ​ອົງ​ໄດ້​ຊົງ​ມອບ​ບັນ​ດາ​ຜູ້​ທີ່​ຍົກ​ມື​ຂອງ​ພວກ​ເຂົາ​ຕໍ່​ສູ້​ກັບ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ແລ້ວ." \v 29 ດັ່ງ​ນັ້ນ​ ກະ​ສັດ​ໄດ້​ກ່າວ​ຖາມ​ວ່າ, "ອັບ​ຊາ​ໂລມ ຊາຍ​ຫນຸ່ມ​ຄົນ​ນັ້ນ​ສະ​ບາຍ​ດີ​ບໍ່?" ອາ​ຮີ​ມາ​ອາດ​ໄດ້​ທູນ​ຕອບ​ວ່າ,"ຂ້າ​ແຕ່​ກະ​ສັດ, ເມື່ອ​ໂຢ​ອາບ​ໄດ້​ໃຊ້​ຂ້າ​ນ້ອຍ​ຜູ້​ຮັບ​ໃຊ້​ຂອງ​ກະ​ສັດ​ມາ​ຂ້າ​,ນ້ອຍ​ໄດ້​ເຫັນ​ການ​ສັບ​ສົນ​ຢ່າງ​ຫລາຍ, ແຕ່​ຂ້າ​ນ້ອຍ​ບໍ່​ຮູ້​ເລື່ອງ​ນັ້ນ​ເລີຍ." \v 30 ກະ​ສັດ​ໄດ້​ກ່າວ​ວ່າ, "ຈົ່ງ​ຢ່າງ​ມາ​ຂ້າງໆ ແລະ​ມາ​ຢືນ​ບ່ອນ​ນີ້." ດັ່ງ​ນັ້ນ​ອາ​ຮີ​ມາ​ອາດ​ຈຶ່ງ​ໄດ້​ຢ່າງ​ມາ, ແລະ​ໄດ້​ຢືນ​ຢູ່.