lo_2sa_text_ulb_l3/18/21.txt

1 line
2.2 KiB
Plaintext

\v 21 ແລ້ວ​ໂຢ​ອາບ​ກໍ​ໄດ້​ສັ່ງ​ຊາວ​ເອ​ທີ​ໂອ​ເປຍ​ຄົນ​ຫນຶ່ງວ່າ, "ຈົ່ງ​ໄປ,​ທູນ​ກະ​ສັດ​ໃຫ້​ຊົງ​ຮູ້ ຕາມ​ຕາມ​ສິ່ງ​ທີ່​ເຈົ້າ​ເຫັນ." ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ກໍ​ໄດ້​ກົ້ມ​ກາບ​ໂຢ​ອາບ. ແລ້ວ​ກໍ​ໄດ້​ແລ່ນ​ໄປ \v 22 ແລ້ວ​ອາ​ຮີ​ມາ​​ອາດລູກ​ຊາຍ​ຂອງ​ຊາ​ດົກ​ຈຶ່ງ​ໄດ້​ກ່າວ​ກັບ​ໂຢ​ອາບ​ອີກວ່າ, "ຂໍ​ຢ່າ​ໄດ້​ຄຳ​ຫນຶງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເລີຍ, ຂໍ​ໃຫ້​ຂ້າ​ນ້ອຍ​ແລ່ນ​ຕາມ​ຊາວ​ເອ​ທີ​ໂອ​ເປຍ​ຄົນ​ນັ້ນ​ໄປ​ດ້ວຍ." ໂຢ​ອາບ​ໄດ້​ຕອບ​ວ່າ, "ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ແລ່ນ, ລູກ​ຊາຍ​ຂອງ​ເຮົາ​ເອີຍ, ເພາະ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ຮາງວັນ​ຫຍັງ​ເລີຍ​ຈາກ​ການ​ສົ່ງ​ຂ່າວ​ນີ້​ບໍ່​ແມ່ນ​ບໍ?"ອາ​ຮີ​ມາອາດ​ໄດ້​ຕອບ​ວ່າ, \v 23 "ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກໍ​ຕາມ ຂ້າ​ນ້ອຍ​ກໍ​ຈະ​ຂໍ​ແລ່ນ​ໄປ," ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ບອກ​ເຂົາ​ວ່າ, "ຈົ່ງ​ແລ່ນ​ໄປ​ເຖີດ" ແລ້ວ​ອາ​ຮີ​ມາ​ອາດກໍ​ໄດ້​ແລ່ນ​ໄປ​ຕາມ​ທາງ​ຮ້ອມ​ພູ​ຈໍ​ແດ​ນ, ແລະ​ໄດ້​ແລ່ນ​ກາຍ​ຊາວ​ເອ​ທີ​ໂອ​ເປຍ​ໄປ.