1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 34 ອັບຊາໂລມກໍໄດ້ຫນີໄປ. ທະຫານຍາມໄດ້ແງນຫນ້າຂຶ້ນເບິ່ງ ແລະໄດ້ເຫັນຄົນຈຳນວນຫລາຍກຳລັງມາຈາກທາງຕາມຫລັງເນີນພູທາງດ້ານຕາເວັນຕົກຂອງເຂົາ. \v 35 ແລ້ວໂຢນາດາບຈຶ່ງໄດ້ທູນກະສັດວ່າ, "ເບິ່ງເຖີດ, ບັນດາລູກຊາຍກຳລັງມາແລ້ວ. ສິ່ງນີ້ເປັນຈິງຕາມຖ້ອຍຄຳທີ່ຜູ້ຮັບໃຊ້ຂອງທ່ານໄດ້ທູນແລ້ວ." \v 36 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນ ເມື່ອເຂົາໄດ້ເວົ້າຈົບລົງບັນດາລູກຂອງກະສັດ,ກໍໄດ້ມາເຖິງ ແລະຊົງຮ້ອງໃຫ້ສຽງດັງແລະຊົງຂົມຂື່ນ. ກະສັດກໍຊົງຂົມຂື່ນ ແລະບັນດາຄົນຮັບໃຊ້ກໍຮ້ອງໄຫ້ສະເອຶກສະເອື້ນດ້ວຍເຊັ່ນກັນ. |