1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 7 ບັດນີ້ຂໍພຣະອົງຊົງລຸກຂຶ້ນແລະຂໍອອກໄປກ່າວໃຫ້ກຳລັງໃຈແກ່ເຫລົ່າທະຫານຂອງພຣະອົງ ເພາະຂ້ານ້ອຍພຣະອົງໄດ້ສາບານໃນພຣະນາມພຣະຢາເວວ່າ ຖ້າພຣະອົງບໍ່ມາ ຈະບໍ່ມີຊາຍຈັກຄົນຫນຶ່ງຄ້າງຢູ່ກັບພຣະອົງໃນຄືນນີ້ ນັ້ນກໍຈະຮ້າຍແຮງຍິ່ງກວ່າເຫດຮ້າຍອື່ນໆ ທັງສິ້ນຊຶ່ງໄດ້ບັງເກີດແກ່ພຣະອົງຕັ້ງແຕ່ຍັງນ້ອຍມາຈົນເຖິງບັດນີ້” \v 8 ດັ່ງນັ້ນກະສັດກໍໄດ້ຊົງລຸກຂຶ້ນ ແລະປະທັບທີ່ປະຕູເມືອງ ແລະປະຊາຊົນທັງປວງກໍໄດ້ຮັບການບອກເລົ່າວ່າ “ເບິ່ງເຖີດ ກະສັດໄດ້ຢູ່ທີ່ປະຕູເມືອງ” ປະຊາຊົນທັງຫລາຍກໍໄດ້ມາເຂົ້າເຝົ້າຕໍ້ຫນ້າຂອງກະສັດ ຝ່າຍອິດສະຣາເອນນັ້ນຕ່າງກໍຫນີໄປຍັງທີ່ອາໄສຂອງຕົນຫມົດແລ້ວ. |