lo_2sa_text_ulb_l3/15/19.txt

1 line
1.5 KiB
Plaintext

\v 19 ແລ້ວ​ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ອິດ​ໄຕວ່າ, "ເປັນ​ຫຍັງ​ເຈົ້າ​ຈະ​ໄປ​ກັບ​ພວກ​ເຮົາ​ດ້ວຍ? ຈົ່ງ​ກັບ​ໄປ ​ແລະ​ຢູ່​ກັບ​ກະ​ສັດ,​ເພາະ​ພວກ​ເຈົ້າ​ເປັນ​ຄົນ​ຕ່າງ​ດ້າວ ​ແລະ​ຖືກ​ເນ​ລະ​ເທດ​ມາ​ດ້ວຍ. ຈົ່ງ​ກັບ​ໄປ​ບ້ານ​ເມືອງ​ຂອງ​ພວກ​ເຈົ້າ​ເຖີດ. \v 20 ເນື່ອງ​ຈາກ​ພວກ​ເຈົ້າ​ຫາກໍ່ມາ​ຮອດ​ມື້​ວານ​ນີ້, ເປັນ​ຫຍັງ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ເດີນ​ທາງ​ໄປ​ກັບ​ພວກ​ເຮົາ​ດ້ວຍ? ເຮົາ​ເອງ​ກໍ​ຍັງ​ບໍ່​ຮູ້​ວ່າ​ເຮົາ​ກຳ​ລັງ​ຈະ​ໄປ​ທີ່​ໃດ. ດັ່ງ​ນັ້ນ​ຈົ່ງ​ກັບ​ໄປ​ເຖີດ ແລະ​ພາ​ພວກ​ພີ່​ນ້ອງ​ຂອງ​ເຈົ້າ​ກັບ​ໄປ​ດ້ວຍ. ຂໍ​ຄວາມ​ຮັກ​ຫມັ່ນ​ຄົງ​ ແລະ​ຄວາມ​ຈິງ​ຈົ່ງ​ຢ​ູ່​ກັບ​ເຈ​ົ້າ​ເຖີດ."