lo_2sa_text_ulb_l3/13/15.txt

1 line
1.5 KiB
Plaintext

\v 15 ແລ້ວ​ອຳ​ໂນນ​ກໍ​ໄດ້​ຊົງ​ເບື່ອ​ຫນ່າຍ​ນາງ​ ດ້ວຍ​ຄວາມ​ກຽດ​ຊັງ​ທີ່​ສຸດ. ເພິ່ນ​ຊົງ​ກຽດ​ຊັງ​ນາງ​ຫລາຍ ​ຍິ່ງກວ່າ​ຄວາມ​ປາຖະ​ຫນາ​ຊຶ່ງ​ເພິ່ນຊົງ​ເຄີຍ​ມີ​ຕໍ່​ນາງ. ອຳ​ໂນນ​ໄດ້​ເວົ້າ​ກັບ​ນາງວ່າ, "ຈົ່ງ​ລຸກ​ຂຶ້ນ​ໄປ​ໃຫ​້​ພົ້ນ." \v 16 ແຕ່​ນາ​ງ​ໄດ້​ຕອບເພິ່ນ​ວ່າ, "ບໍ່! ເພາະ​ຄວາມ​ຜິດ​ໃຫຍ່​ຫລວງ​ນີ້ ທີ່​ຈະ​ຊົງ​ຂັບ​ໄລ່​ຂ້າ​ນ້ອຍ​ໄປ​ກໍ​ຫລາຍ​ກວ່າ ​ສິ່ງ​ທີ່​ທ່ານ​ໄດ້​ຊົງ​ເຮັດ​ກັບ​ຂ້າ​ນ້ອຍ!" ​ແຕ່​ອຳ​ໂນນ​ບໍ່​ຍອມ​ຟັງ​ນາງ. \v 17 ແຕ່​ໄດ້​ຊົງ​ຮ້ອງ​ມະ​ຫາດ​ເລັກ​ສ່ວນ​ພ​ະ​ອົງ ​ແລະ​ໄດ້​ເວົ້າ​ວ່າ, "ຈົ່ງ​ເອົາ​ຜູ້​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ເຮົາ, ແລ້ວ​ປິດ​ປະ​ຕູ​ໃສ່​​ໄລຫລັງ​ຈາກ​ນາງ​ອອກ​ໄປ."