lo_2sa_text_ulb_l3/13/10.txt

1 line
1.5 KiB
Plaintext

\v 10 ດັ່ງ​ນັ້ນ​ອຳ​ໂນນ​ກໍ​ໄດ້​ສັ່ງ​ກັບ​ຕາ​ມາ​ວ່າ, "ຈົ່ງ​ເອົາ​ອາ​ຫານ​ເຂົ້າ​ມາ​ໃນ​ຫ້​ອງ​ຂອງ​ອ້າຍ ເພື່ອ​ອ້າຍ​ຈະ​ໄດ້​ກິນ​ຈາ​ກມື​ຂອງ​ນ້ອງ." ດັ່ງ​ນັ້ນ​ຕາ​ມາ​ກໍ​ໄດ້​ນຳ​ຂະ​ຫມົນ​ທີ່​ນາງ​ໄດ້​ເຮັດ​ນັ້ນ​, ແລະ​ໄດ້​ນຳ​ເຂົ້າ​ໄປ​ໃນ​ຫ້ອງ​ໃຫ້​ອຳ​ໂນນ​ອ້າຍ​ຂອງ​ນາງ. \v 11 ເມື່ອ​ນາງ​ໄດ້​ນຳ​ຂະ​ຫນົມ​ມາ​ໃກ້​ເພິ່ນ, ອຳ​ໂນນ​ກໍ​ໄດ້​ຊົງ​ຈັບ​ນາງ​ໄວ້ ແລະ​ໄດ້​ເວົ້າ​ວ່າ,"ມາ​ເຖີດ, ເຂົ້າ​ມາ​ນອນ​ກັບ​ອ້າຍ." \v 12 ນາງ​ຈຶ່ງ​ໄດ້​ຕອບ​ເພິ່ນ​ວ່າ, "ຢ່າ​ເລີຍ, ອ້າຍ​ຂອງ​ຂ້າ​ນ້ອຍ, ຢ່າ​ໄດ້​ບັງ​ຄັບ​ຂ້າ​ນ້ອຍ​ເລີຍ, ສິ່ງ​ຢ່າງ​ນີ້​ເຂົາ​ບໍ່​ເຮັດ​ກັນ​ໃນ​ອິດ​ສະ​ຣາ​ເອນ. ຢ່າ​ເຮັດ​ເລື່ອງ​ທີ່​​ຊົ່ວ​ຊ້າ​ຢ່າງ​ນີ້​ເລີຍ!