1 line
2.4 KiB
Plaintext
1 line
2.4 KiB
Plaintext
\c 10 \v 1 ສິ່ງນີ້ກໄດ້ເກີດຂຶ້ນຫລັງຈາກທີ່ກະສັດແຫ່ງຄົນອຳໂມນໄດ້ຮານູນລູກຊາຍພຣະອົງກໍໄດ້ຊົງຂຶ້ນເປັນກະສັດແທນພຮະອົງ \v 2 ດາວິດຈຶ່ງໄດ້ກ່າວວ່າ “ເຮົາຈະສະແດງນ້ຳໃຈຕໍ່ຮານູນລູກຊາຍນາຮາດ ດັ່ງທີ່ພໍ່ຂອງເຂົາໄດ້ຊົງສະແດງຄວາມກາຮຸນາຕໍ່ເຮົາ” ດາວິດຈຶ່ງໄດ້ສົ່ງພວກຂ້າຣາດຊການຂອງພຣະອົງໄປສະແດງຄວາມເສຍໃຈຕໍ່ຮານູນ ກ່ຽວດ້ວຍເລື່ອງພໍ່ຂອງເຂົາ ພວກຄົນຮັບໃຊ້ຂອງດາວິດກໍເຂົ້າມາໃນແຜ່ນດິນຂອງປະຊາຊົນອຳໂມນ \v 3 ແຕ່ພວກຜູ້ນຳຂອງຄົນອຳໂມນໄດ້ທູນຮານູນເຈົ້ານາຍຂອງພວກເຂົາວ່າ “ພຣະອົງຊົງຄິດວ່າດາວິດຊົງໃຫ້ກຽດພໍ່ຂອງພຣະອົງແທ້ໆ ຫຮື ທີ່ເຂົາໄດ້ສົ່ງພວກຄົນເຫລົ່ານັ້ນມາເພື່ອຊົງສະແດງຄວາມເສຍໃຈຕໍ່ພຣະອົງ? ດາວິດບໍ່ໄດ້ສົ່ງພວກຂ້າຣາດຊການຂອງເຂົາມາຫາພຣະອົງເພື່ອກວດສອບເມືອງ ເພື່ອສອດແນມ ແລະເພື່ອຈະເອົາເມືອງນີ້ບໍ່?” |