lo_2sa_text_ulb_l3/12/21.txt

1 line
1.8 KiB
Plaintext

\v 21 ແລ້ວ​ເຫລົ່າ​ຂ້າ​ຣາ​ຊ​ການ​ຂອງ​ເພິ່ນ​ຈຶ່ງ​ໄດ້​ທູນ​ຖາມ​ເພິ່ນ​ວ່າ, "ເປັນ​ຫຍັງ​ທ່ານເຮັດ​ເຊັ່ນ​ນີ້? ທ່ານໄດ້​ອົດ​ອາ​ຫານ ​ແລະ​ຊົງ​ຮ້ອງໄຫ້​ເພື່ອ​ລູກ​ຊາຍ​ນັ້ນ​ໃນ​ຂະ​ນະ​ທີ່​ເຂົາ​ຊົງ​ມີ​ຊີ​ວິດ​ຢູ່, ແຕ່​ເມື່ອ​ລູກ​ຊາຍ​ນັ້ນ​ເສຍ​ຊີ​ວິດ​ແລ້ວ, ທ່ານ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ກິນ​ອາ​ຫານ." \v 22 ດາ​ວິດ​ກໍ​ໄດ້​ຕອບ​ວ່າ,"ເມື່ອ​ເດັກ​ນ້ນ​ມີ​ຊີ​ວິດຢ​ູ່ ເຮົາ​ໄດ້​ອົດ​ອາ​ຫານ ​ແລະ​ໄດ້​ຮ້ອງ​ໄຫ້. ເພາະ​ເຮົາ​ວ່າ, ໃຜ​ຈະ​ຮູ້​ໄດ້​ວ່າ​ພ​ຣະ​ຢາ​ເວ​ຈະ​ຊົງ​ເມດ​ຕາ​ເຮົາ​ຫລື​ບໍ່, ທີ່​ຈະ​ຊົງ​ໃຫ້​ເດັກ​ນັ້ນ​ມີ​ຊີ​ວິດ​ຕໍ່​ໄດ້? \v 23 ແຕ່​ດຽວ​ນີ້​ເຂົາ​ໄດ້​ເສຍ​ຊີ​ວິດ​ແລ້ວ, ເຮົາ​ຈະ​ອົດ​ອາ​ຫານ​ເຮັດ​ຫຍັງ? ເຮົາ​ຈະ​ເຮັດ​ເດັກ​ໃຫ້​ຟື້ນ​ຂຶ້ນ​ມາ​ໄດ້​ບໍ່? ເຮົາ​ຈະ​ຕາມ​ເດັກ​ນັ້ນ​ໄປ, ແຕ່​ເຂົາ​ຈະ​ບໍ່​ກັບ​ມາ​ຫາ​ເຮົາ."