lo_2sa_text_ulb_l3/03/28.txt

1 line
1.8 KiB
Plaintext

\v 28 ​ເມື່ອ​ດາ​ວິດ​ໄດ້​ຮູ້​ເລື່ອງ​ນີ້ ທ່ານໄດ້​ເວົ້າ​ວ່າ, "ຕົວ​ເຮົາ ​ເເລະ​ ຣາ​ຊາ​ອາ​ນາ​ຈັກ​ຂອງ​ເຮົາ ປາ​ສະ​ຈາກ​ຄວາມ​ຜິດ​ສືບ​ໄປ​ເປັນ​ນິດ ​ເພາະ​ຕໍ່ຫນ້າ​ພ​ຣະ​ຢາ​ເວ​ດ້ວຍ​ເລື່ອງ​ໂລ​ຫິດ​ຂອງ​ອັບເນລູກຊາຍ​ຂອງ​ເນຣະ. \v 29 ຂໍ​ໃຫ້​ຄວາມ​ຜິດ​​ການ​ຕາຍ​ຂອງ​ອັບ​ເນ​ຕົກ​ເຫນືອ​ຫົວ​ຂອງ​ໂຢ​ອາບ ແລະ​ ເຫນືອເຊື້ອສາຍ​ທັງ​ຫລາຍ​ຂອງ​ພໍ່​ເຂົາ. ຂໍ​ໃຫ້​ການ​ລົງໂທດ​ຕົກ​ຖືກ​ຄອບຄົວ​ຂອງໂຢອາບໃຫ້​ຄົນ​ມີ​ບາດແຜ ຫລື ໂລກ​ຜິວ​ຫນັງ ຫລື ​ຄົນ​ທີ່​ພິ​ການ ​ເເລະ ຕ້ອງ​ຍ່າງ​ດ້ວຍ​ໄມ້​ເທົ້າ ຫລື​ ຖືກ​ຂ້າ​ດ້ວຍຄົມ​ດາບ​ ຫລື ຄົນ​ຂາດ​ອາ​ຫານ." \v 30 ດັ່ງ​ນັ້ນ​ໂຢ​ອາບ ​ເ​ເລະ ​ອາ​ບີ​ໄຊ​ນ້ອງ​ຊາຍ​ຂອງ​ເຂົາ​ໄດ້​ຂ້າ​ອັບ​ເນ, ເພາະ​ອັບ​ເນ​ໄດ້​ຂ້າ​ອາ​ສາ​ເຮນ​ນ້ອງ​ຊາຍ​ຂອງ​ພວກ​ເຂົາ​ໃນ​ສະຫນາມຮົບ​ທີ່​ກີ​ເບ​ໂອນ.