lo_2sa_text_ulb_l3/07/10.txt

1 line
1.8 KiB
Plaintext

\v 10 ເຮົາ​ຈະ​ກຳ​ນົດ​ທີ່​ຫນຶ່ງ​ໃຫ້​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ກໍ່​ຕັ້ງ​ພວກ​ເຂົາ​ໄວ້ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ທີ່​ຂອງ​ພວກ​ເຂົາ​ເອງ​ແລະ​ບໍ່​ຖືກ​ລົບ​ກວນ​ອີກ​ຕໍ່​ໄປ ພວກ​ປະ​ຊາ​ຊົນ​ຈະ​ຢູ່​ຢ່າງ​ບໍ່​ມີ​ກາຍ​ກົດ​ຂີ່​ຂົ່ມ​ເຫັ່ງ​ພວ​ກ​ເຂົາ​ອີກ​ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃນ​ເວ​ລາ​ທີ່​ຜ່ານ​ມາ \v 11 ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ຕັ້ງ​ແຕ່​ສະ​ໄຫມ​ເມື່ອ​ເຮົາ​ໄດ້​ບັນ​ຊາ​ໃຫ້​ຜູ້​ວິ​ນິ​ໃຈ​ໄດ້​ເຮັດ​ເຫນືອ​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ ບັດ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຢຸດ​ພັກ​ສະ​ງົບ​ຈາກ​ບັນ​ດາ​ສັດ​ຕູ​ຂອງ​ເຈົ້າ ຍິ່ງ​ໄປ​ກວ່າ​ນັ້ນ ເຮົາ​ເອງ ພ​ຣະ​ເຈົ້າ​ຢາ​ເວ​ປະ​ກາດ​ກັບ​ພວກ​ເຈົ້າ​ວ່າ​ເຮົາ​ຈະ​ສ້າງ​ເຊື້ອ​ສາຍ​ໃຫ້​ເຈົ້າ