lo_2sa_text_ulb_l3/04/08.txt

1 line
2.2 KiB
Plaintext

\v 8 ພວກເຂົານຳເອົາຫົວຂອງອີຊະໂບເຊັດມາໃຫ້ກະສັດດາວິດຢູ່ທີ່ເມືອງເຮັບໂຣນ, ແລະເວົ້າວ່າ, "ຂໍ​ໄດ້​ຊົງ​ເບິ່ງ​ເຖີດ, ນີ້​ຄື​ຫົວ​ຂອງ​ອີ​ຊະ​ໂບ​ເຊັດລູກຊາຍຂອງກະສັດ​ໂຊນ,​ສັດ​ຕູ​ຂອງ​ທ່ານ, ຜູ້​ທີ່​ຕ້ອງ​ການ​ພ​ະ​ຍາ​ຍາມ​ຂ້າ​ທ່ານ. ໃນ​ວັນ​ນີ້​ພ​ຣະ​ເຈົ້າ​ຢາ​ເວ​ໄດ້​ຊົງ​ແກ້​ແຄ້ນ​ແທນ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຕໍ່​ໂຊນ ​ແລະ​ເຊື້ອ​ສາຍ​ຂອງ​ເພິ່ນ​ແລ້ວ" \v 9 ດ​າ​ວິດ​ໄດ້​ກ່າວ​ຕອບ​ເຣ​ກາບ​ ແລະ ​ບາ​ອາ​ນາ​ອ້າຍ​ຂອງ​ເຂົາ,​ລູກ​ຊາຍ​ຣິມ​ໂມນ​ຊາວ​ເບ​ເອ​ໂຣດ, ທ່ານໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, "ພ​ຣະ​​ຢາ​ເວ​ຊົງ​ຊີ​ວິດ​ຢູ່, ຜູ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ເຮົາ​ຈາກ​ຄວາມ​ທຸກ​ຍາກ​ທັງ​ປ່ວງ, \v 10 ເມື່ອ​ມີ​ຜູ້​ໄດ້​ບອກ​ເຮົາ​ວ່າ, "ເບິ່ງ​ແມ້​ກະ​ສັດໂຊນ​​ເສຍ​ຊີ​ວິດ​ແລ້ວ" ແລ້ວ​ຄິດ​ວ່າ​ເຂົາ​ເປັນ​ຜູ້​ນຳ​ຂ່າວ​ດີ​ມາ, ເຮົາ​ກໍ​ໄດ້​ຈັບ​ເຂົາ ​ແລະ​ໄດ້​ຂ້າ​ເສຍ​ທີ່ເມືອງ​ຊິກລັກ. ນັ້ນ​ເປັນ​ລາງວັນ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຂົາ​ສຳ​ຫລັບ​ຂ່າວ​ຂອງ​ທ່ານ​ນັ້ນ.