lo_2sa_text_ulb_l3/19/07.txt

1 line
1.9 KiB
Plaintext

\v 7 ບັດ​ນີ້​ຂໍ​ພ​ຣະ​ອົງ​ຊົງ​ລຸກ​ຂຶ້ນ​ແລະ​ຂໍ​ອອກ​ໄປ​ກ່າວ​ໃຫ້​ກຳ​ລັງ​ໃຈ​ແກ່​ເຫລົ່າ​ທະ​ຫານ​ຂອງ​ພ​ຣະ​ອົງ ເພາະ​ຂ້າ​ນ້ອຍ​ພ​ຣະ​ອົງ​ໄດ້​ສາ​ບານ​ໃນ​ພ​ຣະ​ນາມ​ພ​ຣະ​ຢາ​ເວ​ວ່າ ຖ້າ​ພ​ຣະ​ອົງ​ບໍ່​ມາ ຈະ​ບໍ່​ມີ​ຊາຍ​ຈັກ​ຄົນ​ຫນຶ່ງ​ຄ້າງ​ຢູ່​ກັບ​ພ​ຣະ​ອົງ​ໃນ​ຄືນ​ນີ້ ນັ້ນ​ກໍ​ຈະ​ຮ້າຍ​ແຮງ​ຍິ່ງກວ່າ​ເຫດ​ຮ້າຍ​ອື່ນໆ ທັງ​ສິ້ນ​ຊຶ່ງ​ໄດ້​ບັງ​ເກີດ​ແກ່​ພ​ຣະ​ອົງ​ຕັ້ງ​ແຕ່​ຍັງ​ນ້ອຍ​ມາ​ຈົນ​ເຖິງ​ບັດ​ນີ້” \v 8 ດັ່ງ​ນັ້​ນ​ກະ​ສັດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ ແລະ​ປະ​ທັບ​ທີ່​ປະ​ຕູ​ເມືອງ ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ໄດ້​ຮັບ​ການບອກ​ເລົ່າ​ວ່າ “ເບິ່ງ​ເຖີດ ກະ​ສັດ​ໄດ້​ຢູ່​ທີ່​ປະ​ຕູ​ເມືອງ” ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ໄດ້​ມາ​ເຂົ້າ​ເຝົ້າ​ຕໍ້​ຫນ້າ​ຂອງ​ກະ​ສັດ ຝ່າຍ​ອິດ​ສະ​ຣາ​ເອນ​ນັ້ນ​ຕ່າງ​ກໍ​ຫນີ​ໄປ​ຍັງ​ທີ່​ອາ​ໄສ​ຂອງ​ຕົນ​ຫມົດ​ແລ້ວ.