1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 15 ດັ່ງນັ້ນພຣະຢາເວຈຶ່ງໄດ້ຊົງໃຫ້ໂຣກລະບາດເກີດຂຶ້ນໃນອິດສະຣາເອນຕັ້ງແຕ່ເວລາເຊົ້າຈົນຫມົດເວລາກຳຫນົດ, ແລະປະຊາຊົນທີ່ໄດ້ຕາຍຈຳນວນເຈັດຫມື່ນຄົນນັບຕັ້ງແຕ່ເມືອງດານເຖິງເບເອນເຊບາ. \v 16 ເມື່ອເທວະດາເດ່ມືອອກເຫນືອນະຄອນເຢຣູຊາເລັມເພື່ອທຳລາຍເມືອງນັ້ນ, ພຣະຢາເວໄດ້ຊົງປ່ຽນໃຈເພາະເລື່ອງເຫດຮ້າຍທີ່ຈະເກີດຂຶ້ນນັ້ນ, ແລະພຣະອົງໄດ້ຊົງບັນຊາເທວະດາຜູ້ກຳລັງທຳລາຍປະຊາຊົນວ່າ, "ພໍແລ້ວ! ບັດນີ້ຈົ່ງຢຸດມືຂອງເຈົ້າ." ໃນເວລານັ້ນທູດຂອງພຣະຢາເວກໍຢູ່ທີ່ລານຟາດເຂົ້າຂອງອາໂຣນາຄົນເຢບຸດ. |