lo_2sa_text_ulb_l3/02/28.txt

1 line
936 B
Plaintext

\v 28 ດັ່ງ​ນັ້ນ ໂຢ​ອາບ​ຈຶ່ງ​ໄດ້​ເປົ່າ​ແກ, ແລະ​ພວກ​ທະ​ຫານ​ທັງ​ປວງ​ກໍ​ໄດ້​ຢຸດ ​ແລະ​ ບໍ່​ໄດ້​ໄລ່​ຕິດ​ຕາມ​ອິດ​ສະ​ຣາເອນອີກ, ​ເເລະ​ ບໍ່​ໄດ້​ສູ້​ຮົບກັນ​ອີກ​ຕໍ່​ໄປ \v 29 ອັບ​ເນ ​ເເລະ​ ຄົນຂອງ​ເຂົາ​ກໍ​ໄດ້​ເດີນ​ທາງ​ຕະ​ຫລອດ​ກາງ​ຄືນ​ຜ່ານ​ອາ​ຣາ​ບາ. ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ໄດ້​ເດີນ​ທັບ​ຕະ​ຫລອດ​ຊ່ວງ​ເຊົ້າ ແລະ​ກໍ​ໄດ້​ມາ​ຮອດ​ມາ​ຫານາ​ອິມ.