1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 22 ແລ້ວທະຫານຂອງດາວິດ ເເລະ ໂຢອາບໄດ້ກັບມາຈາກການໄປປຸ້ນ ເເລະ ໄດ້ນຳສິ່ງຂອງທີ່ຍຶດໄດ້ຫລາຍມານຳກັບພວກເຂົາ. ແຕ່ອັບເນບໍ່ໄດ້ຢູ່ກັບດາວິດທີ່ເຮັບໂຣນເເລ້ວ. ດາວິດໄດ້ສົ່ງເຂົາກັບໄປແລ້ວ, ເເລະ ເຂົາກໍໄດ້ຈາກໄປໂດຍສັນຕິ. \v 23 ເມືຶ່ອໂຢອາບກັບກອງທັບທັງຫລາຍທີ່ເຂົາໄດ້ມາຮອດ, ພວກເຂົາໄດ້ບອກໂຢອາບວ່າ, "ອັບເນລູກຊາຍຂອງເນຣະໄດ້ມາເຝົ້າກະສັດ, ແລະ ເພິ່ນໄດ້ສົ່ງເຂົາກັບໄປ, ແລະ ອັບເນກໍໄດ້ກັບໄປໂດຍສັນຕິ." |