lo_2sa_text_ulb_l3/17/01.txt

1 line
1.9 KiB
Plaintext

\c 17 \v 1 ແລ້ວ​ອາ​ຮີ​ໂຕ​ເຟນ​ໄດ້​ທູນ​ອັບ​ຊາ​ໂລມ​ວ່າ “ບັດ​ນີ້​ຂໍ​ໃຫ້​ຂ້າ​ນ້ອຍ​ເລືອກ​ທະ​ຫານ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ ແລະ​ຂ້າ​ນ້ອຍ​ຈະ​ຍົກ​ໄປ​ໄລ່​ຕາມ​ດາ​ວິດ​ໃນ​ຄືນ​ນີ້ \v 2 ຂ້າ​ນ້ອຍ​ຈະ​ໄປ​ທັນ​ພ​ຣະ​ອົງ ເມື່ອ​ພ​ຣະ​ອົງ​ຍັງ​ເມື່ອຍ​ແລະ​ອ່ອນ​ກຳ​ລັງ ແລະ​ຈະ​ເຮັດ​ໃຫ້​ພ​ຣະ​ອົງ​ປະ​ຫລາດ​ໃຈ​ດ້ວຍ​ຄວາມ​ຍ້ານ ທະ​ຫານ​ທັງ​ປວງ​ທີ່​ຢູ່​ກັບ​ພ​ຣະ​ອົງ​ກໍ​ຈະ​ຫນີ​ໄປ ຂ້າ​ນ້ອຍ​ກໍ​ຈະ​ຂ້າ​ຟັນ​ກະ​ສັດ​ເທົ່າ​ນັ້ນ \v 3 ຂ້າ​ນ້ອຍ​ຈະ​ນຳ​ທະ​ຫານ​ທັງ​ປວງ​ກັບ​ມ​າ​ເຂົ້າ​ຝ່າຍ​ພ​ຣະ​ອົງ ເຫນືອນ​ກັບ​ເຈົ້າ​ສາວ​ກຳ​ລັງ​ມາ​ຫາ​ຜົວ​ຂອງ​ນາງ ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຈະ​ສະ​ງົບ​ສຸກ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພ​ຣະ​ອົງ” \v 4 ສິ່ງ​ທີ່​ອາ​ຮີ​ໂຕ​ເຟນ​ໄດ້​ທູນ​ໄດ້​ເປັນ​ທີ່​ພໍ​ໃຈອັ​ບ​ຊາ​ໂລມ​ແລະ​ເປັນ​ທີ​ພໍ​ໃຈ​ແກ່​ບັນ​ດາ​ຜູ້​ໃຫຍ່​ແຫ່ງ​ອິດ​ສະ​ຣາ​ເອນ