lo_2sa_text_ulb_l3/14/15.txt

1 line
2.2 KiB
Plaintext

\v 15 ບັດ​ນີ້ ແລ້ວ ທີ່​ຂ້າ​ນ້ອຍ​ໄດ້​ທູນ​ເລື່ອງ​ນີ້​ຕໍ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ກໍ​ເພາະ​ວ່າ​ພວກ​ປະ​ຊາ​ຊົນ​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຍ້ານ ດັ່ງ​ນັ້ນ​ສາວ​ໃຊ້​ຂອງ​ພ​ຣະ​ອົງ​ໄດ້​ຄິດ​ວ່າ‘ ບັດ​ນີ້​ຂ້ອຍ​ຈະ​ທູນ​ກະ​ສັດ ບາງ​ທີ່​ກະ​ສັດ​ຈະ​ຊົງ​ເຮັດ​ຕາມ​ຄຳ​ຂໍ​ຂອງ​ສາວ​ໃຊ້​ພ​ຣະ​ອົງ \v 16 ເພາະ​ວ່າ​ກະ​ສັດ​ຈະ​ຊົງ​ຟັງ​ເຮົາ ເພື່ອ​ທີ່​ຈະ​ຊົງ​ຊ່ວຍ​ກູ້​ສາວ​ໃຊ້​ຂອງ​ພ​ຣະ​ອົງ​ຈາກ​ມື​ຂ​ອງ​ຜູ້​ຈະ​ທຳ​ລາຍ​ທັງ​ຕົວ​ຂ້າ​ນ້ອຍ​ແລະ​ລູກ​ຊາຍ​ຂອງ​ຂ້າ​ນ້ອບ​ຈາກ​ມໍ​ລະ​ດົກ​ຂອງ​ພ​ຣະ​ເຈົ້າ’ \v 17 ແລ້ວ​ສາວ​ໃຊ້​ຂອງ​ພ​ຣະ​ອົງ​ໄດ້​ອະ​ທິ​ຖານ​ວ່າ ‘ຂ້າ​ແຕ່​ພ​ຣະ​ຢາ​ເວ ຂໍ​ໃຫ້​​ສັນ​ຍາ​ຂອງ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ພ​ຣະ​ອົງ​ເປັນ​ທີ່​ພັກ​ພິງ​ປຽບ​ດັ່ງ​ເທວະ​ດາ​ຂອງ​ພ​ຣະ​ເຈົ້າ ເພາະ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້​ສ​ພ​ຣະ​ອົງ​ຜູ້​ຊົງ​ຮູ້​ຄວາມ​ດີ​ແລະ​ຊົ່ວ' ຂໍ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ພ​ຣະ​ອົງ​ສະ​ຖິດ​ກັບ​ພ​ຣະ​ອົງ​ເຖີດ”