1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 34 ບາກຊີໄລໄດ້ທູນກະສັດວ່າ “ຂ້ານ້ອຍຈະຢູ່ຕໍ່ໄປໄດ້ອີກຈັກປີ ທີ່ຂ້ານ້ອຍຈະຂຶ້ນໄປຢູ່ກັບກະສັດກຸງເຢຣູຊາເລັມ? \v 35 ຂ້ານ້ອຍມີອາຍຸແປດສິບປີແລ້ວ ຂ້ານ້ອຍຈະສາມາດແຍກວ່າແມ່ນຫຍັງດີແມ່ນຫຍັງຊົ່ວໄດ້ບໍ່? ຜູ້ຮັບໃຊ້ຂອງພຣະອົງຈະຮູ້ລົດຊາດຂອງສິ່ງທີ່ກິນແລະດື່ມໄດ້ບໍ່? ຂ້ານ້ອຍຈະຟັງສຽງນັກຮ້ອງຊາຍແລະຍິງຮ້ອງເພງໄດ້ອີກບໍ່? ເປັນຫຍັງຈະໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນພາລະເພີ່ມແກ້ກະສັດເຈົ້ານາຍຂອງຂ້າພຣະອົງ? \v 36 ຜູ້ຮັບໃຊ້ຂອງພຣະອົງປະສົງຈະຕາມຂ້າມແມ່ນ້ຳຈໍແດນກັບກະສັດເທົ່ານັ້ນ ສະນັ້ນກະສັດຈະຊົງຕອບແທນດ້ວຍຮາງວັນເຊັ່ນນີ້? |