lo_2sa_text_ulb_l3/18/31.txt

1 line
2.2 KiB
Plaintext

\v 31 ຊາວ​ເອ​ທີ​ໂອ​ເປຍ​ກໍ​ໄດ້​ມາ​ຮອດ​ແລະ​ໄດ້​ທູນ​ວ່າ “ມີ​ຂ່າວ​ດີ​ຄ​ຖະ​ວາຍ​ແດ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ເພາະ​ໃນ​ມື້​ນີ້​ພ​ຣະ​ຢາ​ເວ​ໄດ້​ຊົງ​ແກ້​ແຄ້ນ​ໃຫ້​ພ​ຣະ​ອົງ​ໄດ້​ຊົງ​ພົ້ນ​ຈາກ​ມື​ຂອງ​ບັນ​ດາ​ຜູ້​ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ພ​ຣະ​ອົງ” \v 32 ແລ້ວ​ກະ​ສັດ​ໄດ້​ກ່າວ​ຖາມ​ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ວ່າ “ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ນັ້ນ​ສະ​ບາຍ​ດີ​ບໍ່?” ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ໄດ້​ທູນ​ຕອບ​ວ່າ “ຂໍ​ໃຫ້​ບັນ​ດາ​ສັດ​ຕູ​ຂອງ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ແລະ​ຄົນ​ທັງ​ປວງ​ທີ່​ໄດ້​ລຸກ​ຂຶ້ນ​ທຳ​ຮ້າຍ​ພ​ຣະ​ອົງ​ໃຫ້​ເປັນ​ຄື​ຊາຍ​ຫນຸ່ມ​ຄົນ​ນັ້ນ​ເຖີດ” \v 33 ແລ້ວ​ກະ​ສັດ​ໄດ້​ຊົງ​ທຸກ​ໃຈ​ຫລາຍ ແລະ​ພ​ຣະ​ອົງ​ໄດ້​ຂຶ້ນ​ໄປ​ເທິງ​ຫ້ອງ​ທີ່​ຢູ່​ເຫນືອ​ປະ​ຕູ ແລະ​ຊົງ​ໂສກ​ເສົ້າ ຂະ​ນະ​ທີ່​ພ​ຣະ​ອົງ​ໄປ​ພ​ຣະ​ອົງ​ຊົງ​ເສຍ​ໃຈ​ໄດ້​ກ່າວ​ວ່າ “ໂອ ອັບ​ຊາ​ໂລມ​ລູກ​ພໍ່ ລູກ​ພໍ່ ອັບ​ຊາ​ໂລມ​ເອີຍ ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ເຈົ້າ ໂອ ອັບ​ຊາ​ໂລມ​ລູກ​ພໍ່ ລູກ​ພໍ່”