lo_2sa_text_ulb_l3/15/27.txt

1 line
1.2 KiB
Plaintext

\v 27 ກະ​ສັດ​ໄດ້​ກ່າວ​ກັບ​ຊາ​ດົກ​ປຸ​ໂຣ​ຫິດ​ວ່າ “ທ່ານ​ເປັນ​ຜູ້​ທຳ​ນວຍ​ບໍ່​ແມ່ນ​ບໍ? ຈົ່ງ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ຢ່າງ​ສະ​ຫງົບ ພ້ອມ​ກັບ​ລູກ​ຊາຍທັງ​ສອງ​ຂອງ​ທ່ານ ຄື​ໂຢ​ນາ​ທານ​ລູກ​ຂອງ​ຂອງ​ອາ​ບີ​ອາ​ທາ \v 28 ເບິ່ງ​ເຖີດ ເຮົາ​ຈະ​ລໍ​ຖ້າ​ຢູ່​ທີ່​ທ່າ​ຂ້າມ​ຂອງ​ອາ​ຣາ​ບາ​ຈົນ​ກວ່າ​ຈະ​ມີ​ຂ່າວ​ມາ​ຈາກ​ພວກ​ທ່ານ​ໃຫ້​ເຮົາ​ຮູ້” \v 29 ດັ່ງ​ນັ້ນ​ຊາ​ດົກ​ກັບ​ອາ​ບີ​ອາ​ທາ​ຈຶ່ງ​ໄດ້​ຫາມ​ຫີບ​ຂອງ​ພ​ຣະ​ເຈົ້າ​ກັ​ບ​ໄປ​ກຸ​ເຢ​ຣູ​ຊາ​ເລັມ​ແລະ​ພວກ​ເຂົາ​ໄດ້​ພັກ​ຢູ່​ທີ່​ນັ້ນ.