lo_2sa_text_ulb_l3/11/09.txt

1 line
2.1 KiB
Plaintext

\v 9 ແຕ່​ອູ​ຣິດ​ຢາ​ໄດ້​ນອນ​ທີ່​ປະ​ຕູ​ພ​ຣະຣາດ​ຊວັງ​ຂອງ​ກະ​ສັດ ພ້ອມ​ກັບ​ມະ​ຫາ​ເລັກ​ທັງ​ຫມົດ​ຂອງ​ນາຍ​ຂອງ​ເຂົາ ແລະ​ເຂົາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ \v 10 ເມື່ອ​ພວກ​ເຂົາ​ໄດ້​ທູນ​ດາ​ວິດ​ວ່າ “ອູ​ຣິດ​ຢາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ” ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ແກ່​ອູ​ຣິດ​ຢາ​ວ່າ “ເຈົ້າ​ເດີນ​ທາງ​ມາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ບໍ່​ລົງ​ໄປ​ບ້ານ​ຂອງ​ເຈົ້າ? ” \v 11 ອູ​ຣິດ​ຢາ​ໄດ້​ທ​ູນ​ຕອບ​ດາ​ວິດ​ວ່າ “ຫີບ​ພັນ​ທະ​ສັນ​ຍາ​ແລະ​ອິດ​ສະ​ຣາ​ເອນ​ແລະ​ຢູ​ດາຍ​ຢູ່​ໃນ​ເຕັ້ນ ແລະ​ໂຢ​ອາບ​ຂອງ​ຂ້າ​​ນ້ອຍ ກັບ​ບັນ​ດາ​ຂ້າ​ຣາ​ດ​ຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ຂ້າ​​ນ້ອຍ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ພື້ນ​ທີ່​ໂລ່ງ ແລ້ວ​ຂ້​າ​​ນ້ອຍ​ເອງ​ຈະ​ໄປ​ທີ່​ບ້ານ​ຂອງ​ຂ້າ​ນ້ອຍ​ເພື່ອ​ກິນ ດື່ມ​ແລະ​ນອນ​ກັບ​ເມຍ​ຂອງ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ? ຕາບ​ໃດພ​ຣະ​ອົງ​ຍັງ​ມີ​ຊີ​ວິດ​ຢູ່​ ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນີ້​ເລີຍ”