1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 27 ເພາະພຣະອົງ ພຣະເຈົ້າຢາເວຈອມທັບ ພຣະເຈົ້າຂອງອິດສະຣາເອນ ໄດ້ຊົງສຳແດງແກ່ຜູ້ຮັບໃຊ້ຂອງພຣະອົງວ່າພຣະອົງຈະສ້າງເຊື້ອສາຍໃຫ້ເຂົານັ້ນເປັນເຫດວ່າ ຂ້າພຣະອົງ ຜູ້ຮັບໃຊ້ຂອງພຣະອົງຈຶ່ງມີໃຈກ້າຫານຕໍ່ພຮະອົງ \v 28 ບັດນີ້ ຂ້າແຕ່ພຣະເຈົ້າຢາເວອົງພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະເຈົ້າ ແລະສັ່ງຂອງພຣະອົງຊົງວາງໃຈໄດ້ ແລະພຣະອົງໄດ້ຊົງເຮັດສັນຍາທີ່ດີນີ້ແກ່ຜູ້ຮັບໃຊ້ຂອງພຣະອົງ \v 29 ສະນັ້ນ ບັດນີ້ ຂໍຊົງອວຍພອນເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງ ເພື່ອໃຫ້ດຳເນີນຢູ່ຕໍ່ຫນ້າພຣະອົງເປັນນິລັນ ເພາະຂ້າແຕ່ພຣະເຈົ້າຢາເວພຣະຜູ້ເປັນເຈົ້າ ໄດ້ກ່າວສິ່ງເຫລົ່ານີ້ແລ້ວແລະດ້ວຍພຣະພອນຂອງພຣະອົງ ກໍຂໍໃຫ້ເຊື້ອສາຍຜູ້ຮັບໃຊ້ຂອງພຣະອົງໄດ້ຮັບພຣະພອນເປັນນິລັນ” |