1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 21 ແຕ່ອິດໄຕໄດ້ທູນຕອບກະສັດວ່າ, "ພຣະຢາເວຊົງມີຊີວິດຢູ່, ແລະກະສັດເຈົ້ານາຍຂອງຂ້ານ້ອຍຊົງມີຊີວິດຢູ່, ແນ່ນອນທີດຽວ ບໍ່ວ່າເຈົ້ານາຍຂອງຂ້ານ້ອຍໄປທີ່ໃດຜູ້ຮັບໃຊ້ຂອງທ່ານ,ກໍຂໍໄປຢູ່ທີ່ນັ້ນດ້ວຍ, ບໍ່ວ່າຈະເປັນເຫດໃຫ້ມີຊີວິດຢູ່ຫລືຕາຍກໍຕາມ." \v 22 ດັ່ງນັ້ນດາວິດກໍໄດ້ກ່າວກັບອິດໄຕວ່າ, "ຈົ່ງໄປ ແລະຢູ່ກັບພວກເຮົາຕໍ່ໄປ." ດັ່ງນັ້ນອິດໄຕພ້ອມກັບຄົນຂອງເຂົາ ແລະຄອບຄົວຂອງເຂົາທັງຫມົດທີ່ໄດ້ຢູ່ກັບເຂົາຈຶ່ງເດີນທາງຕໍ່ໄປ. \v 23 ຊາວເມືອງທັງຫມົດກໍໄດ້ຮ້ອງໄຫ້ສຽງດັງເມື່ອປະຊາຊົນທັງຫມົດໄດ້ຜ່ານຂ້າມໄປຫ້ວຍກິດໂຣນ, ແລະທີ່ກະສັດເອງກໍໄດ້ຂ່າມຜ່ານໄປເຊັ່ນກັນ. ປະຊາຊົນທັງຫມົດໄດ້ເດີນທາງຕາມເສັ້ນທາງໄປຍັງຖິ່ນແຫ້ງແລ້ງກັນດານ. |