lo_2sa_text_ulb_l3/24/18.txt

1 line
1.2 KiB
Plaintext

\v 18 ແລ້ວ​ກາດ​ກໍ​ໄດ້​ເຂົ້າ​ມາ​ເຝົ້າ​ດາ​ວິດ ແລະ​ໄດ້​ທູນ​ເພິ່ນວ່າ, "ຂໍ​ຂຶ້ນ​ໄປ​ສ້າງ​ແທ່ນ​ບູ​ຊາ​ຖ​ວາຍ​ແດ່​ພ​ຣະ​ຢາ​ເວ​ເທິງ​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ​ຄົນ​ເຢ​ບຸດ​ເຖີດ." \v 19 ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ຂຶ້ນ​ໄປ,​ຕາມ​ຄຳ​ຂອງ​ກາດ​ຕາມ​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ບັນ​ຊາ. \v 20 ເມື່ອ​ອາ​ໂຣ​ນາ​ໄດ້​ເຫັນ​ອອກ​ໄປ​ ແລະ​ໄດ້​ເຫັນ​ກະ​ສັດ​ ແລະ​ບັນ​ດາ​ຂ້າຣາ​ຊ​ການ​ກຳ​ລັງ​ເຂົ້າ​ມາ​ຫາ​ເຂົາ. ດັ່ງ​ນັ້ນ​ອາ​ໂຣ​ນາ​ກໍ​ໄດ້​ອອກ​ໄປ ​ແລະ​ໄດ້​ກົ້ມ​ຕົວ​ລົງ​ກາບ​ລົງ​ດິນ​ຕໍ່​ກະ​ສັດ.