lo_2sa_text_ulb_l3/19/16.txt

1 line
1.5 KiB
Plaintext

\v 16 ຊີ​ເມ​ອີ ລູກ​ຊາຍ​ຂອງ​ເກ​ຣາ ຄົນ​ເບັນ​ຢາ​ມິນ​ຜູ້​ມາ​ຈາກ​ບາ​ຮູ​ຣິມ ກໍ​ໄດ້​ຮີບ​ລົງ​ມາ​ພ້ອມ​ກັບ​ຄົນ​ຢູ​ດາຍ​ເພື່ອ​ຈະ​ຮັບ​ກະ​ສັດ​ດາ​ວິດ \v 17 ມີ​ຄົນ​ຈາກ​ເຜົ່າ​ເບັນ​ຢາ​ມິນ​ພ້ອມ​ກັບ​ເຂົາ​ຫນຶ່ງ​ພັນ​ຄົນ ແລະ​ຊີ​ບາ​ມະ​ຫາດ​ເລັກ​ຂອງ​ໂຊນ ພ້ອມ​ກັບ​ລູກ​ຊາຍ​ສິບ​ຫ້າ​ຄົນ ແລະ​ຄົນ​ໃຊ້​ອີກ​ຍີ່​ສິບ​ຄົນ ພວກ​ເຂົາ​ກໍ​ໄດ້​ຮີບ​ຂ້າມ​ແມ່​ນຳ​ຈໍ​ແດນ​ ຕໍ່​ຫນ້າ​ກະ​ສັດ \v 18 ພວກ​ເຂົາ​ໄດ້​ຂ້າມ​ມາ​ເພື່ອ​ນຳ​ຣາດ​ຊວົງ​ຂອງ​ກະ​ສັດ​ແລະ​ຄ່ວຍ​ເຮັດ​ສິ່ງ​ທີ່​ພ​ຣະ​ອົງ​ເຫັນ​ຊອບ ຊີ​ເມ​ອີ​ລູກ​ຊາຍ​ຂອງ​ເກ​ຣາ ໄດ້​ໂນ້ນ​ຕົວ​ລົງ​ຕໍ່​ຫນ້າ​ກະ​ສັດ​ກ່ອນ​ທີ່​ພ​ຣະ​ອົງ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ.