lo_2sa_text_ulb_l3/11/02.txt

1 line
1.5 KiB
Plaintext

\v 2 ດັ່ງ​ນັ້ນ​ມັນ​ກໍ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ບ່າຍ​ວັນ​ຫນຶ່ງ ເມື່ອ​ດາ​ວິດ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ທີ​່ນອນ​ຂອງ​ເພິ່ນ ແລະ​ໄດ້​ຍ່າງ​ຢູ່​ເທິງ​ດາດ​ຟ້າ​ຫລັງ​ຄາ ຂອງ​ຣາ​ຊວັງ​ຂອງ​ເພິ່ນ. ຈາກ​ທີ່​ນັ້ນ​ເພິ່ນໄດ້​ເຫັນ​ຜູ້​ຍິງ​ຄົນ​ຫນຶ່ງ​ໄດ້​ກຳ​ລັງ​ອາບ​ນ້ຳ​ຢູ່, ແລະ​ຜູ້​ຍິງ​ຄົນ​ນັ້ນ​ງົດ​ງາມ​ຫລາຍ. \v 3 ດັ່ງ​ນັ້ນ​ດາ​ວິດ​ໄດ້​ຊົງ​ສົ່ງ​ຄົນ​ໄປ ​ແລະ​ໄດ້​ຖາມ​ຄົນ​ທັງ​ຫລາຍ ​ທີ່​ຮູ້​ເລື່ອງ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ນັ້​ນ. ບາງ​ຄົນ​ໄດ້​ທູນ​ວ່າ, "ອາຣາຜູ້​ຍິງ​ນີ້​ຄື​ບັດ​ເຊ​ບາ, ລູກ​ສາວ​ຂອງ​ເອ​ລີ​ອາມ, ແລະ​ນາງ​ເປັນ​ເມຍ​ຂອງ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ບໍ່​ແມ່ນ​ບໍ?"