lo_2sa_text_ulb_l3/21/07.txt

1 line
2.3 KiB
Plaintext

\v 7 ແຕ່​ກະ​ສັດ​ໄດ້​ຊົງ​ໄວ້​ຊີ​ວິດ​ເມ​ຟີ​ໂບ​ເຊັດ​ລູກ​ຊາຍ​ຂອງ​ໂຢ​ນາ​ທານ​ ແລະ​ຫລານ​ຊາຍ​ຂອງ​ໂຊນ, ເພາະ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ທີ່​ທັງ​ສອງ​ໄດ້​ເຮັດ, ຄື​ລະ​ວ່າງ​ດາ​ວິດ​ກັບ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ໂຊນ. \v 8 ແຕ່​ກະ​ສັດ​ໄດ້​ນຳ​ເອົາ​ລູກ​ຊາຍ​ສອງ​ຄົນ​ຂອງ​ນາງ​ຣິ​ຊະ​ປາ​ລູກ​ສາວ​ຂອງ​ອາ​ອີ​ຢາ, ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ນາງ​ທີ່​ໄດ້​ເກີດ​ກັບ​ໂຊນ ຊື່​ຂອງ​ລູກ​ຊາຍ​ທັງ​ສອງ​ຄົນ​ຄື​ ອາກ​ໂມ​ນີ​ ແລະ​ເມ​ຟີ​ໂບ​ເຊັດ; ແລະ​ດາ​ວິດ​ກໍ​ໄດ້​ນຳ​ລູກ​ຊາຍ​ທັງ​ຫ້າ​ຄົນ​ຂອງ​ເມ​ຣາບ​ລູກ​ສາວ​ຂອງ​ໂຊນ, ຊຶ່ງ​ພວກ​ນາງ​ໄດ້​ມີ​ກັບ​ອັດ​ຣີ​ເອນ ລູກ​ຊາຍ​ຂອງ​ບາກ​ຊິນ​ໄລ​ຊາວ​ເມືອງ​ເມ​ໂຮ​ລາ. \v 9 ເພິ່ນ​ໄດ້​ຊົງ​ມອບ​ຄົນ​ເຫລົ່າ​ນີ້​ໄວ້​ໃນ​ມື​ຂອງ​ຄົນ​ກີ​ເບ​ໂອນ. ພວກ​ເຂົາ​ຈຶ່ງ​ໄດ້​ແຂວນ​ຄໍ​ພວກ​ເຂົາ​ເທິງ​ພູ​ເຂົາ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ, ແລະ​ພວກ​ເຂົາ​ທັງ​ເຈັດ​ຄົນ​ກໍ​ໄດ້​ຕາຍ​ໄປ​ດ້ວຍ​ກັນ. ພວກ​ເຂົ​າ​ຖືກ​ຂ້າ​ຕາຍ​ໃນ​ຊ່ວງ​ລະ​ດູ​ກ່ຽວ​ເຂົ້າ, ລະຫ​ວ່າງ​ມື້​ທຳອິດຂອງ​ມື້​ເລີ່ມ​ຕົນ​ກ່ຽວ​ເຂົ້າ​ບາ​ເລ.