1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 9 ເມື່ອໂຢອາບໄດ້ເຫັນວ່າ ການສູ້ຮົບນັ້ນປະເຊີນຫນ້າເຂົາຢູ່ທັງຂ້າງຫນ້າ ແລະຂ້າງຫລັງ, ເຂົາຈຶ່ງໄດ້ເລືອກຈາກຄົນອິດສະຣາເອນທັງຫມົດທີ່ເກັ່ງທີ່ສຸດໃນການສູ້ຮົບ ແລະໄດ້ຈັດພວກເຂົາໄວ້ແລ້ວເພື່ອຕໍ່ສູ້ຄົນອາຣາມ. \v 10 ສຳລັບພວກທະຫານທີ່ເຫລືອຢູ່ໃນກອງທັບ, ເຂົາໄດ້ຈັດໄວ້ໃຫ້ຢູ່ໃນບັງຄັບບັນຊາຂອງອາບີໄຊນ້ອງຊາຍຂອງເຂົາເອງ, ແລະ ເຂົາກໍໄດ້ຈັດຄົນເຫລົ່ານັ້ນເຂົ້າຕໍ່ສູ້ກັບກອງທັບຂອງຄົນອຳໂມນ. |