1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 3 ແຕ່ພວກທະຫານເຫລົ່ານັ້ນໄດ້ທູນວ່າ, "ຂໍທ່ານຢ່າໄດ້ໄປໃນການຕໍ່ສູ້ເລີຍ, ເພາະວ່າຖ້າພວກຂ້ານ້ອຍຈະຫນີໄປ, ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ. ຫລືຖ້າພວກຂ້ານ້ອຍຕາຍສັກເຄິ່ງຫນຶ່ງ ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ! ແຕ່ທ່ານຊົງມີຄ່າເທົ່າກັບພວກຂ້ານ້ອຍຫນຶ່ງຫມື່ນຄົນ ເພາະສະນັ້ນຂໍທ່ານຊົງຕຽມພ້ອມທີ່ຈະຊ່ວຍພວກຂ້ານ້ອຍຈາກໃນເມືອງຈະດີກວ່າ." \v 4 ດັ່ງນັ້ນກະສັດຈຶ່ງໄດ້ກ່າວກັບພວກເຂົາວ່າ, "ເຮົາຈະເຮັດຫຍັງກໍຕາມທີ່ພວກທ່ານເຫັນວ່າດີທີ່ສຸດ." ກະສັດຈຶ່ງໄດ້ຊົງຍືນທີ່ຂ້າງປະຕູເມືອງຂະນະທີ່ທະຫານທັງຫມົດໄດ້ຢ່າງອອກໄປເປັນກອງຮ້ອຍ ແລະເປັນກອງທັບ. |