1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 28 ແລ້ວອາຮີມາອາດໄດ້ຮ້ອງແລະໄດ້ທູນກະສັດວ່າ “ຂໍຄວາມໂຊກດີມີແດ່ທຸກຄົນ” ເຂົາກໍໄດ້ກົ້ມລົງກາບຕໍ່ຫນ້າກະສັດ ກົ້ມຫນ້າລົງພື້ນແລະໄດ້ທູນວ່າ “ສັນລະເສີນແດ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ຊົງມອບບັນດາຜູ້ທີ່ຍົກມືຂອງພວກເຂົາຕໍ່ສູ້ກັບກະສັດເຈົ້ານາຍຂອງຂ້ານ້ອຍແລ້ວ” \v 29 ດັ່ງນັ້ນກະສັດໄດ້ກ່າວຖາມວ່າ “ອັບຊາໂລມ ຊາຍຫນຸ່ມຄົນນັ້ນສະບາຍດີບໍ່?” ອາຮີມາອາດໄດ້ທູນຕອບວ່າ“ຂ້າແຕ່ກະສັດ ເມື່ອໂຢອາບໄດ້ໃຊ້ຂ້ານ້ອຍຜູ້ຮັບໃຊ້ຂອງກະສັດມາຂ້ານ້ອຍໄດ້ເຫັນການສັບສົນຢ່າງຫລາຍ ແຕ່ຂ້ານ້ອຍບໍ່ຮູ້ເລື່ອງນັ້ນເລີຍ ” \v 30 ກະສັດໄດ້ກ່າວວ່າ “ຈົ່ງຢ່າງມາຂ້າງໆ ແລະມາຢືນບ່ອນນີ້” ດັ່ງນັ້ນອາຮີມາອາດຈຶ່ງໄດ້ຢ່າງມາ ແລະໄດ້ຢືນຢູ່ |