1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 3 ພວກເຂົາກໍໄດ້ເອົາລໍ້ຄັນໃຫມ່ບັນຈຸຫີບຂອງພຣະເຈົ້າ. ພວກເຂົາໄດ້ນຳອອກມາຈາກບ້ານຂອງອາບີນາດາບ,ຊຶ່ງຢູ່ເທິງເນີນພູ. ອຸດຊາ ແລະອາຮີໂອ, ພວກລູກຊາຍຂອງເຂົາ,ກໍໄດ້ຂັບລໍ້ຄັນໃຫມ່ນັ້ນ. \v 4 ພວກເຂົາໄດ້ນຳລໍ້ທີ່ໄດ້ບັນທຸກຫີບຂອງພຣະເຈົ້າອອກຈາກບ້ານຂອງອາບີນາດາບຊຶ່ງຢູ່ເທິງເນີນພູ. ອາຮີໂອໄດ້ຍ່າງທາງຫນ້າຫີບ. \v 5 ແລ້ວດາວິດ ແລະທຸກຄົນຂອງອິດສະຣາເອນກໍໄດ້ເລີ່ມມ່ວນຊື່ນກັນສະເພາະຕໍ່ຫນ້າພຣະຢາເວ, ໄດ້ສະເຫລີມສະຫລອງກັນດ້ວຍເຄື່ອງດົນຕີໄມ້, ດ້ວຍພິນ, ດ້ວຍພິນໃຫຍ່,ດ້ວຍສັນກະລໍ,ດ້ວຍກອງ, ແລະແສ່ງ. |