1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 28 ເມື່ອດາວິດໄດ້ຮູ້ເລື່ອງນີ້ ທ່ານໄດ້ເວົ້າວ່າ, "ຕົວເຮົາ ເເລະລາຊາອານາຈັກຂອງເຮົາ ປາສະຈາກຄວາມຜິດສືບໄປເປັນນິດ ເພາະຕໍ່ຫນ້າພຣະເຢາເວດ້ວຍເລື່ອງໂລຫິດຂອງອັບເນລູກຊາຍຂອງເນຣະ. \v 29 ຂໍໃຫ້ຄວາມຜິດການຕາຍຂອງອັບເນຕົກເຫນືອຫົວຂອງໂຢອາບ ແລະເຫນືອພົງພັນທັງຫລາຍຂອງພໍ່ເຂົາ ຂໍຢ່າໃຫ້ຄົນມີແຜ ແລະໂລກຜິວຫນັງ ຫລືຄົນທີ່ພິການເເລະຕ້ອງຍ່າງດ້ວຍໄມ້ເທົ້າ ຫລືຖືກຂ້າດ້ວຍດາບຫລື ຄົນຂາດອາຫານ ຂາດຈາກວົງຄານຂອງໂຢອາບ." \v 30 ດັ່ງນັ້ນໂຢອາບ ເເລະອາບີໄຊນ້ອງຊາຍຂອງເຂົາໄດ້ຂ້າອັບເນ, ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະຫນາມຮົບທີ່ກີເບໂອນ. |