1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 15 ດັ່ງນັ້ນພຣະຢາເວຈຶ່ງໄດ້ຊົງໃຫ້ໂຣກລະບາດເກີດຂຶ້ນໃນອິດສະຣາເອນຕັ້ງແຕ່ເວລາເຊົ້າຈົນຫມົດເວລາກຳຫນົດ ແລະປະຊາຊົນທີ່ໄດ້ຕາຍຈຳນວນເຈັດຫມື່ນຄົນນັບຕັ້ງແຕ່ເມືອງດານເຖິງເບເອນເຊບາ \v 16 ເມື່ອທູນເທວະດາເດ່ມືອອກເຫນືອກຸງເຢຣູຊາເລັມເພື່ອທຳລາຍເມືອງນັ້ນ ພຣະຢາເວໄດ້ຊົງປ່ຽນໃຈເພາະເລື່ອງເຫດຮ້າຍທີ່ຈະເກີດຂຶ້ນນັ້ນແລະພຣະອົງໄດ້ຊົງບັນຊາທູນເທວະດາຜູ້ກຳລັງທຳລາຍປະຊາຊົນວ່າ “ພໍແລ້ວ ບັດນີ້ຈົ່ງຢຸດມືຂອງເຈົ້າ” ໃນເວລານັ້ນທູນຂອງພຣະຢາເວກໍຢູ່ທີ່ລານຟາດເຂົ້າຂອງອາໂຣນາຄົນເຢບຸດ. |