lo_2sa_text_ulb_l3/05/19.txt

1 line
1.9 KiB
Plaintext

\v 19 ​ແລ້ວ​ດາ​ວິດ​ໄດ້​ກ່າວ​ຂໍ​ການ​ຊົງ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​​ຢາ​ເວ. ເພິ່ນ​ໄດ້​ກ່າວ​ວ່າ, "ຄວນ​ທີ່​ຂ້າ​ນ້ອຍຈະ​ຍົກ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ຄົນ​ຟີ​ລິດ​ສະ​ຕິນ​ຫ​ລື​ບໍ່?" ພ​ຣະ​ອົງ​ຈະ​ຊົງ​ມອບ​ໄຊ​ຊະ​ນະ​ເຫນືອ​ພວກ​ເຂົາ​ຫ​ລື​ບໍ່?" ພ​ຣະ​ຢາ​ເວ​ໄດ້​ກ່າວ​ກັບ​ດາ​ວິດ​ວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າຮົບຊະນະ." \v 20 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ໄດ້​ຊົງ​ໂຈມ​ຕີ​ທີ່ ບາ​ອານ​ເປ​ຣາ​ຊິມ, ແລະ​ທີ່​ນັ້ນ​ເອງ​ເພິ່ນໄດ້​ຊົງ​ຊະ​ນະ​ພວກ​ເຂົາ. ເພິ່ນ​ໄດ້​ກ່າວ, ” ພ​ຣະ​ຢາ​ເວ​ຊົງ​ໄດ້ຕີ​ເຫລົ່າ​ຂ້າ​ສຶກ​ຂອງ​ຂ້າ​ນ້ອຍ​ຕໍ່​ຫນ້າ​ຂ້ານ້ອຍ​ດັ່ງ​ກະ​ແສ​ນ້ຳ​ທີ່​ພຸ້ງ​ໃສ່." ດັ່ງ​ນັ້ນ ຊື່​ຂອງ​ສະ​ຖານ​ທີ່​ນັ້ນ​ຈຶ່ງ​ໄດ້​ປ່ຽນເປັນ ບາ​ອານ​ເປ​ຣາ​ຊິມ. \v 21 ຄົນ​ຟີ​ລິດ​ສະ​ຕິນ​ໄດ້​ຖິ້ມ​ຮູບ​ເຄົາ​ລົບ​ທີ່​ນັ້ນ, ແລະ​ດາ​ວິດ​ກັບ​ຄົນ​ຂອງ​ເພິ່ນ​ກໍ​ຂົນ​ເອົາ​ໄປ.