1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 10 ເຮົາຈະກຳນົດທີ່ຫນຶ່ງໃຫ້ອິດສະຣາເອນປະຊາຊົນຂອງເຮົາ ແລະເຮົາຈະກໍ່ຕັ້ງພວກເຂົາໄວ້ ເພື່ອພວກເຂົາຈະໄດ້ຢູ່ໃນທີ່ຂອງພວກເຂົາເອງແລະບໍ່ຖືກລົບກວນອີກຕໍ່ໄປ ພວກປະຊາຊົນຈະຢູ່ຢ່າງບໍ່ມີກາຍກົດຂີ່ຂົ່ມເຫັ່ງພວກເຂົາອີກດັ່ງທີ່ພວກເຂົາໄດ້ເຮັດໃນເວລາທີ່ຜ່ານມາ \v 11 ດັ່ງທີ່ພວກເຂົາໄດ້ເຮັດຕັ້ງແຕ່ສະໄຫມເມື່ອເຮົາໄດ້ບັນຊາໃຫ້ຜູ້ວິນິໃຈໄດ້ເຮັດເຫນືອອິດສະຣາເອນປະຊາຊົນຂອງເຮົາ ບັດນີ້ ເຮົາຈະໃຫ້ເຈົ້າໄດ້ຢຸດພັກສະງົບຈາກບັນດາສັດຕູຂອງເຈົ້າ ຍິ່ງໄປກວ່ານັ້ນ ເຮົາເອງ ພຣະເຈົ້າຢາເວປະກາດກັບພວກເຈົ້າວ່າເຮົາຈະສ້າງເຊື້ອສາຍໃຫ້ເຈົ້າ |