lo_2sa_text_ulb_l3/14/12.txt

1 line
1.9 KiB
Plaintext

\v 12 ແລ້ວ​ຜູ້​ຍິງ​ໄດ້​ທູນ​ວ່າ, "ຂໍ​ສາວ​ໃຊ້​ຂອງ​ທ່ານໄດ້​ທູນ​ອີກ​ຈັກ​ຄຳ​ຫນຶ່ງ​ແກ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ." ເພິ່ນ​ໄດ້​ກ່າວ​ວ່າ, "ຈົ່ງ​ເວົ້າ​ມາ." \v 13 ດັ່ງ​ນັ້ນ​ຜູ້​ຍິງ​ນັ້ນ​ຈຶ່ງ​ໄດ້​ທ​ູນ​ວ່າ, "ເຫດ​ໃດ​ທ່ານ​ໄດ້​ຊົງ​ເຮັດ​ຜິດ​ຕໍ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ເຈົ້າ? ສຳ​ຫລັບ​ໃນ​ການ​ກ່າ​ວ​ເຊັ່ນ​ນີ້, ກະ​ສັດ​ໄດ້​ຊົງ​ເປັນ​ຄື​ບາງ​ຄົນ​ທີ່​ມີ​ຄວາມ​ຜິດ, ເພາະ​ວ່າ​ກະ​ສັດ​ຍັງ​ບໍ່​ໄດ້​ນຳ​ລູກ​ຊາຍ​ຜູ້​ຖືກ​ເນ​ລະ​ເທດ​ກັບ​ມາ​ວັງ​ເລີຍ. \v 14 ດັ່ງ​ນັ້ນ​ພວກ​ເຮົາ​ຈະ​ຕ້ອງ​ຕາຍ, ແລະ​ພວກ​ເຮົາ​ເປັນ​ຄື​ນ້ຳ​ທີ່​ເຫີຍ​ເທິງ​ພື້ນ​ດິນ, ທີ່​ບໍ່​ສາ​ມາອດຈະ​ເກັບ​ລວມ​ກັບ​ຄືນ​ມາ​ອີກ​ບໍ່​ໄດ້. ແຕ່​ພ​ຣະ​ເຈົ້າ​ບໍ່​ຊົງ​ທຳ​ລາບຍຊີ​ວິດ,ແຕ່​ຊົງ​​ເຮັດ​ຜິດ​ສຳ​ຫລັບ​ຄົນ​ເຫລົ່າ​ນັ້​ນ​ທີ່​ຖືກ​ເນ​ລະ​ເທດ​ໄດ້​ກັບ​ຄືນ​ມາ​ອີກ.