lo_2sa_text_ulb_l3/23/09.txt

1 line
1.7 KiB
Plaintext

\v 9 ​ຄົນ​ທີ່​ຮອງ​ລົງ​ມາ​ຄື: ​ເອ​ເລ​ອາ​ຊາ​ລູກ​ຊາຍ​ຂອງ​ໂດ​ໂດ, ຜູ້​ເປັນ​ລູກ​ຊາຍ​ຂອງ​ອາ​ໂຮ​ອານ ​ຜູ້​ທີ່​ເປັນ​ຫນຶ່ງ​ໃນ​ສາມ​ຂອງ​ນັກ​ຮົບ​ຜູ້​ເກັ່ງ​ກ້າ​ຂອງ​ດາ​ວິດ. ເຂົາ​ໄດ້​ຢູ່​ເມື່ອ​ພວກ​ເຂົາ​ເວົ້າ​ທ້າ​ທາຍ​ພວກ​ຟີ​ລິດ​ສະ​ຕິນ​ຊຶ່ງ​ເຕົ້າ​ໂຮມ​ກັນ​ທີ່​ນັ້ນ​ເພື່ອ​ເຮັດ​ສົງ​ຄາມ, ແລະ​ເມື່ອ​ຄົນ​ອິດ​ສະ​ຣາ​ເອນ​ໄດ້​ຖອຍ​ທັບ. \v 10 ເອ​ເລ​ຊາ​ໄດ້​ລຸກ​ຂຶ້ນ ​ແລະ​ໄດ້​ຕໍ່​ສູ້​ພວກ​ຟີ​ລິດ​ສະ​ຕິນ ຈົນ​ກະ​ທັ້ງ​ມື​ຂອງ​ເຂົາ​ອ່ອນ​ລ້າ​ ແລະ​ມື​ຂອງ​ເຂົາ​ເປັນ​ຈັງ​ແຂ້ງ​ຕິດ​ທີ່​ດາບ​ຂອງ​ເຂົາ. ພ​ຣະ​ຢາ​ເວ​ໄດ້​ຊົງ​ເຮັດ​ໃຫ້​ໄດ​ໄຊ​ຊະ​ນະ​ຢ່າງ​ໃຫຍ່​ຫລວງ​ໃນ​ມື້​ນັ້ນ. ກອງ​ທັບ​ກໍ​ໄດ້​ກັບ​ຕາມ​ເອ​ເລ​ຊາ​,ເພື່ອ​ປົດ​ເອົາ​ອາ​ວຸດ​ຈາກ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ເທົ່າ​ນັ້ນ.