lo_2sa_text_ulb_l3/07/21.txt

1 line
2.3 KiB
Plaintext

\v 21 ເພື່ອ​ເຫັນ​ແກ່​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ, ​ແລະ​ເພື່ອ​ໃຫ​້​ສຳ​ເລັດຕາມ​ປະ​​ສົງ​ຂອງ​ພ​ຣະ​ອົງເອງ, ພ​ຣະ​ອົງ​ຊົງ​ເຮັດ​ສິ່ງ​ໃຫຍ່​ນີ້​ທັງ​ຫມົດ ແລະ ​ໄດ້​ຊົງ​ເປີດ​ເຜີຍ​ໃຫ​້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \v 22 ສະ​ນັ້ນ ພ​ຣະ​ອົງ​ຊົງ​ຍິ່ງ​ໃຫຍ່, ພ​ຣະ​ເຈົ້າ​ຢາ​ເວ​, ພ​ຣະ​ຜູ້​ເປັນ​ເຈົ້າບໍ​່ມ​ີ​ໃຜ​ສະ​ເຫມີ​​ເຫມືອນ​ພ​ຣະ​ອົງ, ແລະ​ ບໍ່​ມີ​ພ​ຣະ​ເຈົ້າ​ໃດອີກນອກ​ເຫນືອ​ພ​ຣະ​ອົງ, ຕາມ​ທີ່​ຫູ​ຂອງ​ພວກ​ຂ້າ​ນ້ອຍໄດ້​ຍິນ​ມາ. \v 23 ຊົນ​ຊາດ​ໃດ​ຈະ​ຄື​ອິດ​ສະ​ຣາ​ເອນ​, ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ? ຊົນ​ຊາດ​ດຽວ​ໃນ​ໂລກ​ທີ່​ພ​ຣະ​ອົງຊົງໄຖ່ເອົາມາຈາກການເປັນທາດຮັບໃຊ້, ເພື່ອ​ໃຫ້​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ​ຮັບ​ກຽດ, ເພື່ອ​ຊົງ​ເຮັດ​ສິ່ງ​ຍິ່ງ​ໃຫຍ່​ ແລະ ​ການ​ກະທຳທີ່ເປັນຫນ້າຢຳເກງ​ນັ້ນ​ສຳ​ລັບ​ແຜ່ນ​ດິນ​ຂອງ​ພ​ຣ​ະ​ອົງ. ພ​ຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ຊົນ​ຊາດ​ຕ່າງໆ ແລະ ​ບັນ​ດາ​ພ​ະ​ຕ່າງໆຂອງ​ພວກ​ເຂົາ​ໃຫ້​ພົ​້ນ​ຫນ້າ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ອອກ​ຈາກ​ເອ​ຢິບ.